ລາວແລນອິນໂຟ

ເຊີນເຂົ້າເປັນສະມາຊິກ ລາວແລນອິນໂຟ

ມີຈຸດປະສົງເພື່ອເຜີຍແຜ່ຂໍ້ມູນທີ່ດິນ ແລະ
ຊັບພະຍາກອນທໍາມະຊາດ ໃຫ້ສັງຄົມໄດ້
ເຂົ້າໃຈຢ່າງກ້ວາງແຂວງ ຂໍ້ມູນເພີ່ມເຕີມ
  help
ຊຸດຝຶກອົບຮົມການຂຽນຂ່າວ ກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ໃຫ້ແກ່ ນັກຈັດລາຍການວິທະຍຸ, ຄັ້ງວັນທີ 15-19 ສິງຫາ 2011, ຫ້ອງການອົງການຄຸ້ມຄອງທີ່ດິນປະຈຳ ແຂວງສາລະວັນ, ເມືອງສາລະວັນ, ແຂວງສາລະວັນ

ໂຄງການເຄືອຂ່າຍຂໍ້ມູນທີ່ດິນ ແລະ ຊັບພະຍາກອນທຳມະຊາດຂອງອົງການບ້ານຈຸດສຸມສາກົນ ໄດ້ຮ່ວມມືກັບ ອົງການຄຸ້ມຄອງທີ່ດິນປະຈຳ
ແຂວງສາລະວັນ ໄດ້ຈັດຊຸດຝຶກອົບຮົມການຂຽນຂ່າວ ກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ໃຫ້ແກ່ນັກຈັດລາຍການວິທະຍຸ,
ຄັ້ງວັນທີ 15-19 ສິງຫາ 2011, ທີ່ຫ້ອງການອົງການຄຸ້ມຄອງທີ່ດິນປະຈຳແຂວງສາລະວັນ, ເມືອງສາລະວັນ, ແຂວງສາລະວັນ, ເຊິ່ງມີບັນດາ
ຜູ້ເຂົ້າຮ່ວມຈຳນວນ 20 ທ່ານ ທີ່ມາຈາກພາກສ່ວນຫ້ອງການທີ່ດິນ, ຫ້ອງການຖະແຫຼງ ຂ່າວ, ຫ້ອງການສະຫະພັນແມ່ຍິງ, ຫ້ອງການວິທະຍຸ
ຂອງແຕ່ລະເມືອງ (ເລົ່າງາມ, ຕະໂອ້ຍ, ສະໝ້ວຍ), ໂດຍມີທ່ານ ອຸ່ນແກ້ວ ສຸກສະຫັວນ ເປັນຄູຝຶກຮັບເຊີນ ແລະ ທ່ານ ທອງວັນ ກັນຍາວົງ
ເປັນຜູ້ຊ່ວຍຄູຝຶກ, ເຊິ່ງໄດ້ຮັບກຽດກ່າວເປີດພິທີຊຸດຝຶກອົບຮົມ ຈາກ ທ່ານ ສົມມະນີ ໄຊຍະວົງ, ຮອງຫົວໜ້າອົງການຄຸ້ມຄອງທີ່ດິນປະຈຳແຂວງ.

ເນື້ອໃນຝຶກອົບຮົມດັ່ງກ່າວ ໄດ້ເນັ້ນເຖິງ ບາດກ້າວການຂຽນຂ່າວ, ການເລືອກຫົວຂໍ້ຂ່າວ, ການ ສຳພາດແຫຼ່ງຂ່າວ, ການກວດກາຂ່າວ,
ການຈັດລາຍການ ແລະ ສອດແຊກປະເດັນທີ່ດິນ ເຂົ້າໃນ ການວິທະຍຸ, ເຕັກນິກການນຳໃຊ້ໂປຼແກມຕັດຕໍ່ສຽງ ແລະ ການອັດສຽງຈັດລາຍ
ການວິທະຍຸ.

ບັ້ນຝຶກອົບຮົມຄັ້ງນີ້ ໄດ້ເສີມສ້າງຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານວິຊາການ ແລະ ເປັນ ການແລກປ່ຽນບົດຮຽນນຳກັນ ເຊິ່ງເຮັດໃຫ້
ບັນດາຜູ້ເຂົ້າຮ່ວມທັງໝົດ ສາມາດປະຕິບັດວຽກງານຕົວຈິງ ໂດຍສະເພາະ ການຂຽນຂ່າວຢ່າງມີປະສິດທິພາບຂຶ້ນຕື່ມ./. ເບິ່ງຮູບພາບ >>>

Back

ຫໍສະໝຸດປຶ້ມ

  • ເອົາໃຈເພິ່ນມາໃສ່ໃຈໂຕ
  • ເບິ່ງຫົວຊ້າງໃຫ້ເຫັນຫາງ
  • ຢາງແແປກຊຽງຂວາງ

ຮູບພາບ ກິດຈະກຳ

Transparant.png

ແຜນທີ່ຫ້ອງການ

Transparant.png

ຜູ້ເຂົ້າຊົມ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterມື້ນີ້30
mod_vvisit_counterມື້ວານນີ້208
mod_vvisit_counterອາທິດນີ້413
mod_vvisit_counterເດືອນນີ້4291
mod_vvisit_counterລວມທັງໝົດ163481

Partner Stakeholders







ໂຄງການເຄືອຂ່າຍຂໍ້ມູນທີ່ດິນ ແລະ ຊັບພະຍາກອນທຳມະຊາດ ແມ່ນຖືກຈັດຕັ້ງປະຕິບັດໂດຍ ອົງການບ້ານຈຸດສຸມສາກົນ ແລະ ອົງການຄຸ້ມຄອງທີ່ດິນແຫ່ງຊາດ
ເຊີ່ງໄດ້ຮັບທຶນສະໜັບສະໜູນໂດຍ ອົງການຮ່ວມມືເພື່ອການພັດທະນາແຫ່ງປະເທດສະວິດເຊີແລນ.
@2010 Rights-LINK Lao, Created by Insmai.com

ໂຄງການເຄືອຂ່າຍຂໍ້ມູນທີ່ດິນ ແລະ ຊັບພະຍາກອນທຳມະຊາດ
ອົງການບ້ານຈຸດສຸມສາກົນ, ບ້ານໂພນສະຫວັນໃຕ້, ໜ່ວຍ 14, ເຮືອນເລກທີ 207, ນະຄອນຫຼວງວຽງຈັນ, ສປປ ລາວ
ໂທ: +856-21-312519 | ແຟກ: +856-20-315841
ອີເມວ: Info@rightslinklao.org, centre@rightslinklao.org