1. ສະຖານະພາບ ແລະ ບັນຫາ1.1. ການນຳໃຊ້ທີ່ດິນ ແລະ ປ່າໄມ້1.1.1. ລະບົບການນຳໃຊ້ທີ່ດິນ1.1.1.1 ກຳມະສິດທີ່ດິນ ແລະ ປ່າໄມ້ທີ່ດິນ ເປັນກຳມະສິດຂອງວົງສາຄະນະຍາດແຫ່ງຊາດ, ລັດ ຮັບປະກັນສິດ ນຳໃຊ້, ສິດໂອນ ແລະ ສິດສືບທອດ ທີ່ດິນ ຕາມກົດໝາຍ (ລັດຖະທຳມະນູນ, ມາດຕາ 17). ຢູ່ເຂດຕົວເມືອງ ແລະ ເຂດຊານເມືອງ ໃນຫຼາຍໆແຂວງ ໄດ້ມີການອອກໃບຕາດິນ ສຳລັບ ທີ່ດິນປຸກສ້າງ, ທີ່ດິນກະສິກຳ ແລະ ທີ່ດິນທີ່ໄດ້ມາຈາກການຊື້ຂາຍ ແລະ ຮັບປະກັນ ສິດນຳໃຊ້ຍາວນານ ລວມທັງ ສິດໂອນ ແລະ ສິດສືບທອດ. ປ່າໄມ້ທຳມະຊາດ ແລະ ທີ່ດິນປ່າໄມ້ ເປັນກຳມະສິດ ຂອງວົງສາຄະນະຍາດແຫ່ງຊາດ, ຊຶ່ງລັດເປັນຕົວແທນໃນການຄຸ້ມຄອງ ແລະ ແບ່ງປັນ ປ່າໄມ້ ໃຫ້ບຸກຄົນ ແລະ ການຈັດຕັ້ງ ນຳໃຊ້ ຢ່າງສົມເຫດສົມຜົນ ຍາວນານ ແລະ ໄປຄຽງຄູ່ກັບການປົກປັກຮັກສາ. ບຸກຄົນ ແລະ ການຈັດຕັ້ງ ມີສິດຄອບຄອງ ຕົ້ນໄມ້, ປ່າໄມ້ທຳມະຊາດ ແລະ ທີ່ດິນປ່າໄມ້ໄດ້ ກໍຕໍ່ເມື່ອ ເຂົາເຈົ້າ ໄດ້ຮັບການອະນຸຍາດ ຈາກການຈັດຕັ້ງທີ່ຮັບຜິດຊອບເທົ່ານັ້ນ (ມາດຕາ 5, ກົດໝາຍປ່າໄມ້). ໃນໄລຍະຜ່ານມາ ໄດ້ມີການມອບ ທີ່ດິນກະສິກຳ ແລະ ທີ່ດິນປ່າໄມ້ທີ່ເຊື່ອມໂຊມ ໃຫ້ປະຊາຊົນ ເພື່ອ ປູກຝັງ, ລ້ຽງສັດ ແລະ ປູກຕົ້ນໄມ້. ລັດໄດ້ມອບ ໃບຢັ້ງຢືນການນຳໃຊ້ທີ່ດິນຊົ່ວຄາວ ໃນໄລຍະເວລາ 3 ປີ ແລະ ຫຼັງຈາກນັ້ນ ອາດຈະພິຈາລະນາ ອອກໃບອະນຸຍາດຮັບຮູ້ ສິດນຳໃຊ້ຖາວອນ ຖ້າວ່າ ທີ່ດິນທີ່ໄດ້ມອບໃຫ້ນັ້ນ ໄດ້ດຳເນີນການຜະລິດ ແລະ ນຳໃຊ້ຢ່າງຖືກຕ້ອງຕາມ ວັດຖຸປະສົງທີ່ໄດ້ກຳນົດໄວ້. ສິດນຳໃຊ້ປ່າໄມ້ທຳມະຊາດ ໃນໄລຍະຍາວນານ ສາມາດມອບ ໃຫ້ບຸກຄົນ ແລະ ການຈັດຕັ້ງໄດ້ ຕາມກົດໝາຍປ່າໄມ້ (ມາດຕາ 5). ນອກຈາກນັ້ນ, ປ່າໄມ້ທຳມະຊາດ ຍັງສາມາດ ໃຫ້ເຊົ່າ ຫຼື ສຳປະທານ ເພື່ອປົກປັກຮັກສາ ແລະ ຂຸດຄົ້ນ (ກົດໝາຍປ່າໄມ້, ມາດຕາ 56). ແຕ່ແນວໃດກໍຕາມ ໃນໄລຍະທີ່ຜ່ານມາ, ລັດຖະບານໄດ້ມອບພຽງແຕ່ ປ່າໄມ້ທຳມະຊາດ ສະເພາະ ໃຫ້ບ້ານ ຄຸ້ມຄອງ ແລະ ນຳໃຊ້ ຕາມໂຄງການ ມອບດິນ-ມອບປ່າເທົ່ານັ້ນ. ບຸກຄົນ ແລະ ການຈັດຕັ້ງ ທີ່ລັດຖະບານໄດ້ມອບ ປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ປົກປັກຮັກສາ, ອະນຸລັກ ແລະ ຄຸ້້ມຄອງ ມີສິດໄດ້ຮັບຜົນຕອບແທນຕ່າງໆ ເຊັ່ນ: ການນຳໃຊ້ໄມ້ ແລະ ເຄື່ອງປ່າຂອງດົງ ຕາມລະບຽບການ ທີ່ອົງການຈັດຕັ້ງກ່ຽວຂ້ອງ ໄດ້ວາງອອກ (ກົດໝາຍປ່າໄມ້, ມາດຕາ 7). ປ່າປູກ ຫຼື ປ່າທີ່ຟື້ນຟູ ໂດຍບຸກຄົນ ຫຼື ການຈັດຕັ້ງ ດ້ວຍເຫື່ອແຮງ ຫຼື ທຶນຮອນຂອງເຂົາເຈົ້າ ເປັນກຳມະສິດ ຂອງຜູ້ປູກ ຫຼື ຜູ້ຟື້ນຟູ. ຜູ້ປູກ ຫຼື ຜູ້ຟື້ນຟູ ມີສິດຄອບຄອງ, ສິດນຳໃຊ້, ສິດໂອນ ແລະ ສິດສືບທອດ ຕາມກົດໝາຍ ແລະ ລະບຽບການ (ກົດໝາຍປ່າໄມ້, ມາດຕາ 5). 1.1.1.2. ລະບົບການຈັດແບ່ງທີ່ດິນ ແລະ ການວາງແຜນການນຳໃຊ້ທີ່ດິນອີງຕາມກົດໝາຍ ທີ່ດິນ (ມາດຕາ 11), ທີ່ດິນ ແບ່ງອອກເປັນ 8 ປະເພດ ຄື: ທີ່ດິນກະສິກຳ, ທີ່ດິນປ່າໄມ້, ທີ່ດິນບໍລິເວນນ້ຳ, ທີ່ດິນອຸດສາຫະກຳ, ທີ່ດິນຄົມມະນາຄົມ, ທີ່ດິນວັດທະນະທຳ, ທີ່ດິນປ້ອງກັນຊາດ ປອ້ງກັນຄວາມສະຫງົບ ແລະ ທີ່ດິນປຸກສ້າງ. ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບ ໃນການຈັດແບ່ງ, ການຄຸ້ມຄອງ ແລະ ການພັດທະນາ ທີ່ດິນກະສິກຳ, ທີ່ດິນປ່າໄມ້ ແລະ ທີ່ດິນບໍລິເວນນ້ຳ. ກົດໝາຍທີ່ດິນ (ມາດຕາ 12) ກຳນົດວ່າ ລັດຖະບານເປັນຜູ້ຈັດສັນ ແລະ ຈັດແບ່ງຂອບເຂດ ທີ່ດິນແຕ່ລະປະເພດ ໃນຂອບເຂດທົ່ວປະເທດ. ແຕ່ແນວໃດກໍຕາມ, ເນື່ອງຈາກຂາດລະບົບການປະສານງານ, ການວາງແຜນນຳໃຊ້ທີ່ດິນແຕ່ລະປະເພດ ຈຶ່ງຍັງຈະຕອ້ງໄດ້ຮັບການພັດທະນາ ທັງໃນລະດັບມະຫາພາກ ແລະ ຈຸລະພາກ. 1.1.2. ການຈັດແບ່ງປະເພດປ່າປ່າໄມ້ຢູ່ ສປປ ລາວ ແບ່ງອອກເປັນ 5 ປະເພດ, 3 ປະເພດທຳອິດແມ່ນ ຈັດແບ່ງຕາມໜ້າທີ່ຂອງປ່າໄມ້, ສ່ວນ 2 ປະເພດສຸດທ້າຍ ຈັດແບ່ງຕາມສະພາບປະຈຸບັນຂອງປ່າ (ກົດໝາຍປ່າໄມ້, ມາດຕາ 16-21): 1) ປ່າຜະລິດ ແມ່ນປ່າໄມ້ ແລະ ທີ່ດິນປ່າໄມ້ ຊຶ່ງຖືກຈັດແບ່ງ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ອື່ນໆ ຢ່າງເປັນປົກກະຕິຕະຫຼອດໄປ ເຊິ່ງບໍ່ມີຜົນກະທົບຢ່າງຮ້າຍແຮງຕໍ່ສິ່ງແວດລ້ອມ. 2) ປ່າສະຫງວນ ແມ່ນປ່າໄມ້ ແລະ ທີ່ດິນປ່າໄມ້ ຊຶ່ງຖືກຈັດແບ່ງ ເພື່ອຈຸດປະສົງ ໃນການປົກປັກຮັກສາ ພັນສັດ, ພັນພືດ, ຖິ່ນອາໃສ, ທຳມະຊາດ ແລະ ສິ່ງຕ່າງໆ ທີ່ມີຄຸນຄ່າທາງດ້ານປະຫວັດສາດ, ວັດທະນາທຳ, ການທ່ອງທ່ຽວ, ສິ່ງແວດລ້ອມ, ການສຶກສາ ແລະ ການຄົ້ນຄວ້າທົດລອງວິທະຍາສາດ. 3) ປ່າປ້ອງກັນ ແມ່ນປ່າໄມ້ ແລະ ທີ່ດິນປ່າໄມ້ ຊຶ່ງຖືກຈັດແບ່ງເພື່ອຈຸດປະສົງປ້ອງກັນແຫຼ່ງນ້ຳ, ປ້ອງກັນການເຊາະເຈື່ອນຂອງດິນ, ເຂດຍຸດທະສາດ, ປ້ອງກັນໄພທຳມະຊາດ, ສິ່ງແວດລ້ອມ ແລະ ອື່ນໆ. 4) ປ່າຟື້ນຟູ ແມ່ນປ່າທີ່ຢູ່ໃນສະພາບເປັນປ່າເຫຼົ່າອ່ອນ ທີ່ໄດ້ຈັດແບ່ງໄວ້ ເພື່ອຟື້ນຟູ, ບູລະນະ ໃຫ້ກາຍເປັນປ່າແກ່ ແລະ ກາຍເປັນປ່າທຳມະຊາດທີ່ສົມບູນຄືນໄດ້. 5) ປ່າຊຸດໂຊມ ແມ່ນປ່າໄມ້ທີ່ຖືກທຳລາຍຢ່າງໜັກ ເຊັ່ນ: ເນື້ອທີ່ດິນບໍ່ມີປ່າ ຫຼື ເນື້ອທີ່ດິນປອກໂລ້ນ ທີ່ຖືກຈັດແບ່ງໄວ້ ປູກຕົ້ນໄມ້ຄືນໃໝ່ ຫຼື ມອບໃຫ້ບຸກຄົນ ແລະ ການຈັດຕັ້ງນຳໃຊ້ເຂົ້າໃນການປູກຕົ້ນໄມ້, ການຜະລິດກະສິກຳ-ປ່າໄມ້-ລ້ຽງສັດ ແບບຖາວອນ ຫຼື ນຳໃຊ້ເຂົ້າໃນເປົ້າໝາຍອື່ນ ຕາມແຜນພັດທະນາເສດຖະກິດແຫ່ງຊາດ. ຈຸດພິເສດຂອງລະບົບການຈັດແບ່ງປະເພດປ່າໃນ ສປປ ລາວ ໄດ້ສະແດງອອກ ຢູ່ໃນສອງປະເພດສຸດທ້າຍ. ການທີ່ມີເນື້ອທີ່ປ່າຟື້ນຟູ ແລະ ປ່າຊຸດໂຊມ ຢູ່ ສປປ ລາວ ແມ່ນມີຈຸດປະສົງ ເພື່ອ ຟື້ນຟູ ປ່າເຫຼົ່າອ່ອນ ໃຫ້ກາຍເປັນປ່າໄມ້ທຳມະຊາດທີ່ອຸດົມສົມບູນ ດ້ວຍການຢຸດຕິການຖາງປ່າເຮັດໄຮ່ ແລະ ເພື່ອນຳໃຊ້ເນື້ອທີ່ດິນປ່າຊຸດໂຊມ ໃຫ້ເກີດຜົນປະໂຫຍດຫຼາຍກວ່າເກົ່າ ໂດຍການມອບທີ່ດິນປ່າໄມ້ທີ່ຊຸດໂຊມ ໃຫ້ຊາວກະສິກອນ ແລະ ການຈັດຕັ້ງ ເພື່ອລົງທຶນປູກໄມ້. ທ່ານສາມາດດາວໂຫຼດເອກະສານ ໄດ້ທີ່ນີ້![]() Top |























