| | | | | | ສູນເຄືອຂ່າຍຂໍ້ມູນທີ່ດິນ ---------------------------
ສູນເຄືອຂ່າຍຂໍ້ມູນທີ່ດິນແລະຊັບພະຍາກອນທໍາມະຊາດຈະຖືກສ້າງຕັ້ງຂຶ້ນໃນນະຄອນຫຼວງວຽງຈັນເພື່ອເປັນການສະໜັບສະໜູນຄວາມຮູ້, ການເຂົ້າເຖິງຂໍ້ມູນຂ່າວສານ,ການປຶກສາຫາລືແລະການຮ່ວມມືໃນບັນຫາທີ່ດິນແລະການຈັດການຊັບພະຍາກອນທໍາະຊາດ,ສໍາລັບທຸກທ່ານ ທີ່ມີຄວາມສົນໃຈກ່ຽວກັບບັນຫາເລື່ອງທີ່ດິນ.ສູນເຄືອຂ່າຍຂໍ້ມູນທີ່ດິນມີຈຸດປະສົງ ທີ່ຈະນຳເອົາເອກະສານຕ່າງໆແລະຂໍ້ມູນຂ່າວສານມາລວມ ໄວ້ໃນບ່ອນດຽວ,ແລກປ່ຽນບົດເລື່ອງແລະແນວຄວາມຄິດລະຫວ່າງຊຸມຊົນທ້ອງຖິ່ນແລະຜູ້ວາງນະໂຍບາຍເພື່ອເອົາຂໍ້ມູນຂ່າວສານທີ່ບໍ່ທັນ ຮັບຮູ້ຂຶ້ນມາສົນທະນາ,ສ້າງວິທີທາງໃນການເຂົ້າເຖິງຂໍ້ມູນຂ່າວສານແລະຜ່ານຂະບວນການນີ້.ເພື່ອເປັນການປັບປຸງຂະບວນການຕັດສິນໃຈ.
ສູນເຄືອຂ່າຍຂໍ້ມູນທີ່ດິນມີໜ້າທີ່ຫຼາຍກ່ວາການລວບລວມຂໍ້ມູນໃນຫໍສະໝຸດ.ສູນເຄືອຂ່າຍຂໍ້ມູນທີ່ດິນຈະຈັດເທດສະການຕ່າງໆ,ການສຳມະ ນາ,ການຝຶກອົບຮົມ,ການນຳສະເໜີ,ຈັດກິດຈະກໍາແລະ ແນວທາງສ້າງສັນໃນການແບ່ງປັນແລະແລກປ່ຽນຂໍ້ມູນຮ່ວມກັນ.ແຜນຍຸດທະສາດ ນີ້ມີຈຸດປະສົງເພື່ອທີ່ຈະຊ່ວຍແນວທາງການຕັດສິນໃຈໃນການພັດທະນາ ແລະ ຄຸ້ມຄອງບໍລິຫານຂໍ້ມູນຂ່າວສານ.
| | | | | |
|