ອົງປະກອບ ແລະ ຜົນໄດ້ຮັບຂອງໂຄງການ1. ການສ້າງເຄືອຂ່າຍຄວາມຮູ້ ແລະ ເຊື່ອມຕໍ່ນະໂຍບາຍສູ່ການຈັດຕັ້ງປະຕິບັດ:ເວທີເພື່ອປັບປຸງການປະສານງານແລະການສື່ສານໃນລະດັບຕ່າງໆໄດ້ຖືກຈັດຕັ້ງຂຶ້ນເພື່ອເຊື່ອມຕໍ່ປະເດັນທາງດ້ານທີ່ດິນໃນລະດັບທ້ອງ ຖິ່ນໄປສູ່ລະດັບການຕັດສິນໃຈທີ່ສູງຂຶ້ນ. 2. ການນໍາໃຊ້ ແລະ ຄຸ້ມຄອງຊັບພະຍາກອນທໍາມະຊາດຂອງທ້ອງຖິ່ນ:ປະຊາຊົນທ້ອງຖິ່ນໄດ້ມີໂອກາດປັບປຸງວິຖີຊີວິດ,ເຂົ້າເຖິງຂໍ້ມູນຂ່າວສານແລະສາມາດຊອກຫາການແນະນຳທາງດ້ານກົດໝາຍທີ່ກ່ຽວກັບ ສິດແລະຫນ້າທີ່ດ້ານທີ່ດິນ.
3. ການພັດທະນາຄວາມອາດສາມາດ: ອົງການລັດ,ອົງການປະຊາສັງຄົມແລະພາກເອກະຊົນມີຄວາມເຕັມໃຈແລະສາມາດທີ່ຈະຈັດການກັບປະເດັນການຄຸ້ມຄອງທີ່ດິນແລະຊັບ ພະຍາກອນທໍາມະຊາດແບບສະເຫມີພາບແລະໂປ່ງໃສ.
ຜົນຄາດວ່າຈະໄດ້ຮັບ: ກຸ່ມເປົ້າໝາຍສໍາລັບໂຄງການນີ້ສາມາດແບ່ງອອກໄດ້ເປັນ 3 ລະດັບດັ່ງນີ້: 1. ຜູ້ຖືສິດ: ຊາວນາ, ຊຸມຊົນທ້ອງຖິ່ນ ແລະ ຜູ້ນຳບ້ານ. ເຫລົ່ານີ້ແມ່ນກຸ່ມເປົ້າໝາຍຫລັກຂອງໂຄງການ. 2. ຜູ້ປະຕິບັດຫນ້າທີ່ສາມາດແບ່ງອອກໄດ້ເປັນສອງກຸ່ມ. ກຸ່ມທີຫນຶ່ງແມ່ນຜູ້ກຳນົດນະໂຍບາຍ ແລະ ພະນັກງານລັດໃນລະດັບ ສູນກາງແລະແຂວງ. ກຸ່ມທີສອງແມ່ນຫນ່ວຍງານສົ່ງເສີມ ແລະ ຈັດຕັ້ງປະຕິບັດໃນລະ ດັບເມືອງ ແລະ ກຸ່ມບ້ານ. 3. ຜູ້ອໍານວຍຄວາມສະດວກລວມມີອົງການຈັດຕັ້ງສາກົນຕ່າງໆ,ສະມາຄົມບໍ່ຫວັງຜົນກຳໄລ,ກຸ່ມເຜີຍແຜ່ສິດ,ມະຫາວິທະຍາ ໄລແລະສະມາຄົມວິຊາຊີບ.
ພາກສ່ວນເອກະຊົນກໍ່ແມ່ນພາກສ່ວນໜຶ່ງທີ່ມີຄວາມສໍາຄັນໃນປະເດັນທີ່ດິນໃນ ສປປ ລາວ, ດັ່ງນັ້ນ ເຂົາເຈົ້າກໍ່ແມ່ນ ກຸ່ມເປົ້າໝາຍ ຂອງໂຄງການເຊັ່ນກັນ.
ຕອນທ້າຍຂອງໄລຍະທີຫນຶ່ງຂອງໂຄງການ ຜົນໄດ້ຮັບທີ່ສໍາຄັນສ່ວນຫນຶ່ງພາຍໃຕ້ ສາມອົງປະກອບດັ່ງກ່າວລວມມີ:1. ເວທີໃນລະດັບຕ່າງໆຈະຖືກຈັດຕັ້ງຂຶ້ນເພື່ອປັບປຸງການປະສານງານແລະເຊື່ອມຕໍ່ປະເດັນຕ່າງໆໃນລະດັບທ້ອງຖິ່ນໄປສູ່ການສົນ ທະນາໃນລະດັບນະໂຍບາຍ.ສູນຄວາມຮູ້ແລະເຄືອຂ່າຍຂໍ້ມູນ ຂ່າວສານຈະຖືກສ້າງຕັ້ງຂຶ້ນຊຶ່ງເປັນຈຸດສູນກາງ ສຳລັບການແລກປ່ຽນ ຂໍ້ມູນຂ່າວສານລະຫວ່າງພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນລະດັບສູນກາງແລະເຄືອຂ່າຍພາກໃຕ້ຈະໄດ້ຮັບການພັດທະນາຂຶ້ນ.ນອກ ຈາກນັ້ນຂໍ້ມູນຂ່າວສານແລະສື່ອຸປະກອນກ່ຽວກັບສິດແລະຫນ້າທີ່ດ້ານທີ່ດິນຈະໄດ້ຖືກບັນທຶກໃຫ້ດີຂຶ້ນແລະກໍ່ຈະຖືກເຜີຍແຜ່ຢ່າງ ກວ້າງຂວາງ.
2. ຂະບວນການຄຸ້ມຄອງຊັບພະຍາກອນທໍາມະຊາດທີ່ເປັນທໍາ,ມີສ່ວນຮ່ວມ,ໂປ່ງໃສແລະເຫມາະສົມຫລາຍກວ່າເກົ່າໄດ້ຖືກ ທົດລອງແລະຈັດຕັ້ງປະຕິບັດໃນພື້ນທີ່ຂອງໂຄງການ.ວິທີການຄຸ້ມຄອງທີ່ດິນແລະຊັບພະຍາກອນທຳມະຊາດແບບໃຫມ່ຈະຖືກ ພັດທະນາຂຶ້ນໃນຮູບແບບການມີສ່ວນຮ່ວມໃນລະດັບບ້ານ,ເພື່ອຊ່ວຍຊາວນາແລະຊຸມຊົນປົກປ້ອງທີ່ດິນແລະພັດທະນາຊີວິດ ຂອງພວກເຂົາເຈົ້າ.ຄ້າຍຄືກັນນີ້ການເຂົ້າເຖິງຂໍ້ມູນຂ່າວສານແລະຊັບພະຍາກອນທາງກົດໝາຍກ່ຽວກັບສິດແລະຫນ້າທີ່ດ້ານ ທີ່ດິນກໍຈະຖືກສ້າງໃຫ້ມີຂຶ້ນ.
3. ການພັດທະນາຄວາມອາດສາມາດຈະເລັງໃສ່ພາກສ່ວນທີ່ກ່ຽວຂ້ອງດັ່ງຕໍ່ໄປນີ້:ຜູ້ນຳແລະພະນັກງານລັດຂັ້ນທ້ອງຖິ່ນ, ພະນັກງານລັດຂັ້ນແຂວງແລະເມືອງ,ອົງການຈັດຕັ້ງສາກົນແລະພາກເອກະຊົນ.ເມື່ອສິ້ນສຸດໄລຍະທີຫນຶ່ງຂອງໂຄງການບຸກ ຄົນແລະອົງການຈັດຕັ້ງຕ່າງໆຈະມີຄວາມອາດສາມາດທີ່ດີກວ່າເກົ່າໃນການຈັດການແລະແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນແລະ ຊັບພະຍາກອນທຳມະຊາດແລະມີຈິດສຳນຶກກ່ຽວກັບສິດແລະຫນ້າທີ່ດ້ານທີ່ດິນດີຂຶ້ນກວ່າເກົ່າ. |