Home ກ່ຽວກັບໂຄງການ ແນະນຳໂຄງການ
la.gif en.gif

ລາວແລນອິນໂຟ

ເຊີນເຂົ້າເປັນສະມາຊິກ ລາວແລນອິນໂຟ

ມີຈຸດປະສົງເພື່ອເຜີຍແຜ່ຂໍ້ມູນທີ່ດິນ ແລະ
ຊັບພະຍາກອນທໍາມະຊາດ ໃຫ້ສັງຄົມໄດ້
ເຂົ້າໃຈຢ່າງກ້ວາງແຂວງ ຂໍ້ມູນເພີ່ມເຕີມ
   
 

ແນະນໍາໂຄງການ

ພາບລວມຂອງໂຄງການ:ໃນໄລຍະທີ່1ຂອງໂຄງການເຄືອຂ່າຍຂໍ້ມູນທີ່ດິນແລະຊັບພະຍາກອນທໍາມະຊາດ(ໄຣສ໌ລິງລາວ)ເປັນໂຄງການ
ໄລຍະ3ປີ,ເຊິ່ງຈະໄດ້ມີການຈັດຕັ້ງປະຕິບັດລະຫວ່າງເດືອນ ກຸມພາ 2009 ເຖິງເດືອນມັງກອນປີ 2012 ໂດຍອົງການບ້ານຈຸດສຸມສາກົນ
ພາຍໃຕ້ບົດບັນທຶກຄວາມເຂົ້າໃຈຮ່ວມກັບອົງການຄຸ້ມຄອງທີ່ດິນແຫ່ງຊາດ,ລັດຖະບານແຫ່ງສປປລາວໂຄງການດັ່ງກ່າວໄດ້ຮັບການສະ
ໜັບສະໜູນທຶນຈາກອົງການຮ່ວມມືແລະພັດທະນາແຫ່ງປະເທດສະວິດເຊີ​ແລນ (SDC) ດ້ວຍງົບປະມານ ໃນໄລຍະ​ທີ່1ລວມທັງ​ໝົດ
ແມ່ນ1,412,748 ໂດ​ລາ​ສະຫະ​ລັດ. ​

ສະພາບການທົ່ວໄປ:

ໃນໄລຍະທີ່1ຂອງໂຄງການເຄືອຂ່າຍຂໍ້ມູນທີ່ດິນແລະຊັບພະຍາກອນທໍາມະຊາດ(ໄຣສ໌ລິງລາວ)ເປັນໂຄງການໄລຍະ3ປີ,ເຊິ່ງຈະໄດ້ມີການ
ຈັດຕັ້ງປະຕິບັດລະຫວ່າງເດືອນ ກຸມພາ 2009 ເຖິງເດືອນມັງກອນປີ 2012 ໂດຍອົງການບ້ານຈຸດສຸມສາກົນພາຍໃຕ້ບົດບັນທຶກຄວາມເຂົ້າ
ໃຈຮ່ວມກັບອົງການຄຸ້ມຄອງທີ່ດິນແຫ່ງຊາດ,ລັດຖະບານແຫ່ງສປປລາວໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນທຶນຈາກອົງການຮ່ວມ
ມືແລະພັດທະນາແຫ່ງປະເທດສະວິດເຊີ​ແລນ(SDC)ດ້ວຍງົບປະມານ​ໃນ​ໄລຍະ​ທີ່1ລວມທັງ​ໝົດແມ່ນ 1,412,748​ ໂດ​ລາ​ສະຫະ​ລັດ.

ສະພາບການທົ່ວໄປ:

ບັນຫາຂໍ້ຂັດ​ແຍ່ງ​ທາງ​ດ້ານ​ທີ່​ດິນໄດ້ປາກົດໃຫ້ເຫັນນັບ​ມື້​ນັບ​ຫຼາຍ​ຂື້ນເຊິ່ງມັນ​ໄດ້​ກາຍເປັນ​ປະ​ເດັນ​ຫຼັກທີ່ທ້າທາຍ​ຄວາມ​ມີ​ສະຖຽນ​ລະ​ພາບ
ຂອງຄົວ​ເຮືອນແລະຄວາມພະຍາຍາມ​ຂອງ​ການ​ຫຼຸດຜ່ອນຄວາມທຸກ​ຍາກ​,ຫຼາຍ​ກວ່າ 2 ສ່ວນ 3 ຂອງ​ພົນລະ​ເມືອງ(620,000ຄອບຄົວ)
ດຳລົງຊີວິດໂດຍອາ​ໄສ​ການ​ກະສິກຳ;ໃນຈຳນວນ​ນີ້75%ຍັງ​ຄົງຢຶດຕິດ​ກັບ​ການ​ກະສິກໍາໃນການດໍາລົງຊີວິດແລະອາໄສຊັບພະຍາກອນ​ດິນ
ປະເພດຕ່າງໆ(​ດິນ​ ກະສິກໍາ,ດິນປ່າໄມ້,ດິນແຫຼ່ງນໍ້າ​,​..)ເພື່ອການດຳລົງຊີວິດຂອງພວກເຂົາເຈົ້າ.​ໃນລະດັບທ້ອງຖິ່ນວິທີທາງທີ່ໃຫ້ຊຸມຊົນ
ໃນຊົນນະບົດມີສ່ວນຮ່ວມໃນການຕັດສິນໃຈກ່ຽວກັບດິນແລະຊັບພະຍາກອນທໍາມະຊາດຍັງມີໜ້ອຍ.ຊາວບ້ານມີຄວາມຫຍຸ້ງຍາກໃນການ
ພົວພັນກັບພາກສ່ວນລັດຖະບານ,ນັກລົງທຶນ ແລະ ເປັນຕົວແທນໃຫ້ກັບຄວາມຕ້ອງການຂອງພວກເຂົາເຈົ້າເອງຕໍ່ກັບການຈັດການແລະກໍາ
ນົດເງື່ອນໄຂການພັດທະນາທີ່ດິນ.

ພ້ອມກັນນັ້ນພວກເຂົາເຈົ້າກໍຍັງບໍ່ທັນຄຸ້ນເຄີຍກັບບັນດາຂໍ້ກໍານົດ,ກົດໝາຍແລະສິດໃນການນໍາໃຊ້ທີ່ດິນຂອງເຂົາເຈົ້າເອງເພື່ອຈະມີຄວາມສາ
ມາດໃນການຕໍ່ລອງກັບ ລັດຖະບານ ແລະ ນັກລົງທຶນຢ່າງມີປະສິດທິພາບ. ໃນພາກລັດຖະບານເອງກໍ່ມີຄວາມຈໍາເປັນທີ່ຈະຕ້ອງສ້າງຄວາມ
ເຂັ້ມແຂງດ້ານ ຄວາມອາດສາມາດຂອງພະນັກງານ ເພື່ອຈັດ ການກັບບັນຫາສິດທິດທາງດ້ານທີ່ດິນ. ການປັບປຸງລະບົບບໍລິຫານ ແລະ
ໂຄງສ້າງການປົກຄອງ ບໍ່ທັນສາມາດປັບໃຫ້ທັນກັບສະພາບການປ່ຽນແປງທີ່ວ່ອງໄວ ແລະ ມັນມີຄວາມ ຈໍາເປັນທີ່ຈະຕ້ອງສ້າງຄວາມອາດ
ສາມາດໃນທຸກລະດັບກ່ຽວກັບ ການຈັດການກັບບັນຫາທີ່ດິນ. ໄປຄຽງຄູ່ກັບການປັບປຸງລະບົບການບໍລິຫານດັ່ງກ່າວມັນກໍ່ມີຄວາມ ຈໍາ
ເປັນທີ່ ຈະຕ້ອງແນ່ໃຈວ່າຊາວນາ ແລະ ຊຸມຊົນ ໄດ້ເຂົ້າເຖິງຂໍ້ມູນທາງດ້ານກົດໝາຍ ແລະ ກົນໄກການແກ້ໄຂ ຂໍ້ຂັດແຍ່ງທີ່ມີປະສິດທິພາບ.

ປະເດັນ/ຊ່ອງຫວ່າງທີ່ຈະຕ້ອງໄດ້ເອົາໃຈໃສ່:

ໂດຍອີງໃສ່ການວິເຄາະທີ່ໄດ້ປະຕິບັດໃນຊ່ວງໄລຍະການພັດທະນາໂຄງການນັ້ນມີປະເດັນທີ່ໄດ້ຖືກກໍານົດຂຶ້ນ.ທັງ 6ປະເດັນດັ່ງກ່າວນີ້
ໄດ້ກວມເອົາວຽກໃນຫຼາຍລະດັບ(ລະດັບຊາດ, ລະດັບເມືອງ-ແຂວງແລະລະດັບບ້ານ)ແລະມັນຈະຕ້ອງກາຍເປັນປະເດັນ ຫລັກທີ່
ໂຄງການຈະຕ້ອງໄດ້ດໍາເນີນການຈັດການໃນຊຸມປີຂ້າງຫນ້າ.

· ປະເດັນທີ1: ການເພີ່ມຂຶ້ນຂອງຂໍ້ຂັດແຍ່ງນໍາໃຊ້ທີ່ດິນທີ່ເປັນຜົນມາຈາກແຮງກົດດັນທາງດ້ານປະຊາກອນ,ນະໂຍບາຍຂອງລັດຖະ
ບານກ່ຽວ ກັບການຍ້າຍບ້ານແລະການເພີ່ມການລົງທຶນ ເພື່ອການພັດທະນາການກະສິກໍາຊຶ່ງມັນໄດ້ສົ່ງຜົນກະທົບທາງດ້ານລົບຕໍ່
ກັບຄວາມໝັ້ນຄົງ ຂອງສະບຽງອາຫານແລະຄວາມທຸກຍາກ,ການສົ່ງຜົນຂອງການເຊື່ອມສະພາບທາງດ້ານທີ່ດິນແລະ ສິ່ງແວດລ້ອມ
ກໍ່ບໍ່ສະເໝີພາບ.

· ປະເດັນທີ2: ພະນັກງານລັດຂັ້ນທ້ອງຖິ່ນແລະຜູ້ນໍາບ້ານຍັງຂາດຄວາມອາດສາມາດ,ຊັບພະຍາກອນ,ເຄື່ອງມືແລະວິທີການເພື່ອຈະ
ສະໜູບສະ ໜູນແລະຈັດຕັ້ງປະຕິບັດກິດຈະກໍາ​ທີ່ ກ່ຽວກັບການຄຸ້ມຄອງທີ່ດິນໃນລະ ດັບທ້ອງຖິ່ນໄດ້ຢ່າງເຫມາະສົມ.

· ປະເດັນທີ3 :
ຊາວນາແລະພະນັກງານລັດຂັ້ນທ້ອງຖິ່ນຍັງຂາດຈິດສໍານຶກແລະຂາດການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບ
ສິດແລະໜ້າທີ່ຕາມກົດໝາຍກ່ຽວກັບທີ່ດິນແລະມັກຈະບໍ່ເຂົ້າໃຈສິດແລະຫນ້າທີ່ຂອງພວກເຂົາເອງ.

· ປະເດັນທີ 4: ຂະບວນການປັບປຸງລະບົບການປົກຄອງການຄຸ້ມຄອງທີ່ດິນແລະຊັບພະຍາກອນທໍາມະຊາດໃນລະດັບທ້ອງ
ຖິ່ນທີ່ເຮັດໃຫ້ເກີດການມີສ່ວນຮ່ວມຫລາຍຂຶ້ນນັ້ນ ບໍ່ໄດ້ຖືກທົດລອງຈັດຕັ້ງປະຕິບັດແລະບັນທຶກຢ່າງເຫມາະສົມ.

· ປະເດັນທີ 5: ການປະສານງານແລະການປະສານສົມທົບລະຫວ່າງຜູ້ໃຫ້ທຶນ,ອົງການລັດແລະອົງການຈັດຕັ້ງສາກົນທີ່ຜ່ານ
ມາຍັງບໍ່ ພຽງພໍຊຶ່ງມັນເຮັດໃຫ້ເກີດການເຮັດວຽກຊໍ້າຊ້ອນແລະ ການນໍາໃຊ້ຊັບພະຍາກອນມະນຸດແລະງົບປະມານບໍ່ມີປະສິດທິພາບ.

· ປະເດັນທີ6: ກົນໄກການສະທ້ອນຄືນແລະຊ່ອງທາງການສື່ສານສອງທາງລະຫວ່າງການຈັດຕັ້ງປະຕິບັດໃນລະດັບທ້ອງຖິ່ນ,ລະດັບ
ນະໂຍບາຍແລະລະດັບວາງແຜນມີຫນ້ອຍໂຄງການໄຣສ໌ລິງຈະຕື່ມຊ່ອງຫວ່າງໄດ້ແນວໃດ?ສົມມຸດຕິຖານການພັດທະນາທີ່ສໍາຄັນແມ່ນ
ເພື່ອທີ່ຈະປັບປຸງລະບົບການຄຸ້ມຄອງທີ່ດິນແລະຊັບພະຍາກອນທໍາມະຊາດນັ້ນກົນໄກຕ່າງໆ ຈໍາເປັນຈະຕ້ອງໃຫ້ມີສໍາລັບບຸກຄົນ ,ຊຸມຊົນ
ແລະອົງການພາກປະຊາສັງຄົມນີ້ກໍ່ເພື່ອທີ່ຈະປະກອບສ່ວນຢ່າງມີປະສິດທິພາບເຂົ້າໃນການປັບປຸງນະໂຍບາຍແລະການປຶກສາຫາລືກ່ຽວ
ກັບທີ່ດິນແລະ ຊັບພະຍາກອນທໍາມະຊາດ.ລວມທັງການ ຕອບສະໜອງຂໍ້ມູນຂ່າວສານແລະຄວາມ ຮູ້ໃຫ້ກັບຄູ່ຮ່ວມງານຫລັກຕ່າງໆ
ໃນຫົວຂໍ້ສິດແລະຫນ້າທີ່ກ່ຽວກັບທີ່ດິນ,ຕອບສະໜອງ ລະບົບການສະໜັບສະໜູນ ທາງດ້ານຄວາມຍຸດຕິທໍາແລະຊ່ອງທາງສະທ້ອນ
ກັບເພື່ອຊອກຫາວິທີການແກ້ໄຂບັນຫາແລະການພັດທະນາກົນໄກການປະສານງານຮ່ວມ​ກັນໃນກຸ່ມຂອງຜູ້ປະຕິບັດງານຕ່າງໆໃນ
ທຸກລະດັບ.
 
   
 

ຫໍສະໝຸດປຶ້ມ

  • ເອົາໃຈເພິ່ນມາໃສ່ໃຈໂຕ
  • ເບິ່ງຫົວຊ້າງໃຫ້ເຫັນຫາງ
  • ຢາງແແປກຊຽງຂວາງ

ຮູບພາບ ກິດຈະກຳ

Transparant.png

ແຜນທີ່ຫ້ອງການ

Transparant.png

ຜູ້ເຂົ້າຊົມ

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterມື້ນີ້8
mod_vvisit_counterມື້ວານນີ້208
mod_vvisit_counterອາທິດນີ້391
mod_vvisit_counterເດືອນນີ້4269
mod_vvisit_counterລວມທັງໝົດ163459

Partner Stakeholders







ໂຄງການເຄືອຂ່າຍຂໍ້ມູນທີ່ດິນ ແລະ ຊັບພະຍາກອນທຳມະຊາດ ແມ່ນຖືກຈັດຕັ້ງປະຕິບັດໂດຍ ອົງການບ້ານຈຸດສຸມສາກົນ ແລະ ອົງການຄຸ້ມຄອງທີ່ດິນແຫ່ງຊາດ
ເຊີ່ງໄດ້ຮັບທຶນສະໜັບສະໜູນໂດຍ ອົງການຮ່ວມມືເພື່ອການພັດທະນາແຫ່ງປະເທດສະວິດເຊີແລນ.
@2010 Rights-LINK Lao, Created by Insmai.com

ໂຄງການເຄືອຂ່າຍຂໍ້ມູນທີ່ດິນ ແລະ ຊັບພະຍາກອນທຳມະຊາດ
ອົງການບ້ານຈຸດສຸມສາກົນ, ບ້ານໂພນສະຫວັນໃຕ້, ໜ່ວຍ 14, ເຮືອນເລກທີ 207, ນະຄອນຫຼວງວຽງຈັນ, ສປປ ລາວ
ໂທ: +856-21-312519 | ແຟກ: +856-20-315841
ອີເມວ: Info@rightslinklao.org, centre@rightslinklao.org