| | | | | | ແນະນໍາໂຄງການ ພາບລວມຂອງໂຄງການ:ໃນໄລຍະທີ່1ຂອງໂຄງການເຄືອຂ່າຍຂໍ້ມູນທີ່ດິນແລະຊັບພະຍາກອນທໍາມະຊາດ(ໄຣສ໌ລິງລາວ)ເປັນໂຄງການ ໄລຍະ3ປີ,ເຊິ່ງຈະໄດ້ມີການຈັດຕັ້ງປະຕິບັດລະຫວ່າງເດືອນ ກຸມພາ 2009 ເຖິງເດືອນມັງກອນປີ 2012 ໂດຍອົງການບ້ານຈຸດສຸມສາກົນ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈຮ່ວມກັບອົງການຄຸ້ມຄອງທີ່ດິນແຫ່ງຊາດ,ລັດຖະບານແຫ່ງສປປລາວໂຄງການດັ່ງກ່າວໄດ້ຮັບການສະ ໜັບສະໜູນທຶນຈາກອົງການຮ່ວມມືແລະພັດທະນາແຫ່ງປະເທດສະວິດເຊີແລນ (SDC) ດ້ວຍງົບປະມານ ໃນໄລຍະທີ່1ລວມທັງໝົດ ແມ່ນ1,412,748 ໂດລາສະຫະລັດ.
ສະພາບການທົ່ວໄປ: ໃນໄລຍະທີ່1ຂອງໂຄງການເຄືອຂ່າຍຂໍ້ມູນທີ່ດິນແລະຊັບພະຍາກອນທໍາມະຊາດ(ໄຣສ໌ລິງລາວ)ເປັນໂຄງການໄລຍະ3ປີ,ເຊິ່ງຈະໄດ້ມີການ ຈັດຕັ້ງປະຕິບັດລະຫວ່າງເດືອນ ກຸມພາ 2009 ເຖິງເດືອນມັງກອນປີ 2012 ໂດຍອົງການບ້ານຈຸດສຸມສາກົນພາຍໃຕ້ບົດບັນທຶກຄວາມເຂົ້າ ໃຈຮ່ວມກັບອົງການຄຸ້ມຄອງທີ່ດິນແຫ່ງຊາດ,ລັດຖະບານແຫ່ງສປປລາວໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນທຶນຈາກອົງການຮ່ວມ ມືແລະພັດທະນາແຫ່ງປະເທດສະວິດເຊີແລນ(SDC)ດ້ວຍງົບປະມານໃນໄລຍະທີ່1ລວມທັງໝົດແມ່ນ 1,412,748 ໂດລາສະຫະລັດ.
ສະພາບການທົ່ວໄປ: ບັນຫາຂໍ້ຂັດແຍ່ງທາງດ້ານທີ່ດິນໄດ້ປາກົດໃຫ້ເຫັນນັບມື້ນັບຫຼາຍຂື້ນເຊິ່ງມັນໄດ້ກາຍເປັນປະເດັນຫຼັກທີ່ທ້າທາຍຄວາມມີສະຖຽນລະພາບ ຂອງຄົວເຮືອນແລະຄວາມພະຍາຍາມຂອງການຫຼຸດຜ່ອນຄວາມທຸກຍາກ,ຫຼາຍກວ່າ 2 ສ່ວນ 3 ຂອງພົນລະເມືອງ(620,000ຄອບຄົວ) ດຳລົງຊີວິດໂດຍອາໄສການກະສິກຳ;ໃນຈຳນວນນີ້75%ຍັງຄົງຢຶດຕິດກັບການກະສິກໍາໃນການດໍາລົງຊີວິດແລະອາໄສຊັບພະຍາກອນດິນ ປະເພດຕ່າງໆ(ດິນ ກະສິກໍາ,ດິນປ່າໄມ້,ດິນແຫຼ່ງນໍ້າ,..)ເພື່ອການດຳລົງຊີວິດຂອງພວກເຂົາເຈົ້າ.ໃນລະດັບທ້ອງຖິ່ນວິທີທາງທີ່ໃຫ້ຊຸມຊົນ ໃນຊົນນະບົດມີສ່ວນຮ່ວມໃນການຕັດສິນໃຈກ່ຽວກັບດິນແລະຊັບພະຍາກອນທໍາມະຊາດຍັງມີໜ້ອຍ.ຊາວບ້ານມີຄວາມຫຍຸ້ງຍາກໃນການ ພົວພັນກັບພາກສ່ວນລັດຖະບານ,ນັກລົງທຶນ ແລະ ເປັນຕົວແທນໃຫ້ກັບຄວາມຕ້ອງການຂອງພວກເຂົາເຈົ້າເອງຕໍ່ກັບການຈັດການແລະກໍາ ນົດເງື່ອນໄຂການພັດທະນາທີ່ດິນ. ພ້ອມກັນນັ້ນພວກເຂົາເຈົ້າກໍຍັງບໍ່ທັນຄຸ້ນເຄີຍກັບບັນດາຂໍ້ກໍານົດ,ກົດໝາຍແລະສິດໃນການນໍາໃຊ້ທີ່ດິນຂອງເຂົາເຈົ້າເອງເພື່ອຈະມີຄວາມສາ ມາດໃນການຕໍ່ລອງກັບ ລັດຖະບານ ແລະ ນັກລົງທຶນຢ່າງມີປະສິດທິພາບ. ໃນພາກລັດຖະບານເອງກໍ່ມີຄວາມຈໍາເປັນທີ່ຈະຕ້ອງສ້າງຄວາມ ເຂັ້ມແຂງດ້ານ ຄວາມອາດສາມາດຂອງພະນັກງານ ເພື່ອຈັດ ການກັບບັນຫາສິດທິດທາງດ້ານທີ່ດິນ. ການປັບປຸງລະບົບບໍລິຫານ ແລະ ໂຄງສ້າງການປົກຄອງ ບໍ່ທັນສາມາດປັບໃຫ້ທັນກັບສະພາບການປ່ຽນແປງທີ່ວ່ອງໄວ ແລະ ມັນມີຄວາມ ຈໍາເປັນທີ່ຈະຕ້ອງສ້າງຄວາມອາດ ສາມາດໃນທຸກລະດັບກ່ຽວກັບ ການຈັດການກັບບັນຫາທີ່ດິນ. ໄປຄຽງຄູ່ກັບການປັບປຸງລະບົບການບໍລິຫານດັ່ງກ່າວມັນກໍ່ມີຄວາມ ຈໍາ ເປັນທີ່ ຈະຕ້ອງແນ່ໃຈວ່າຊາວນາ ແລະ ຊຸມຊົນ ໄດ້ເຂົ້າເຖິງຂໍ້ມູນທາງດ້ານກົດໝາຍ ແລະ ກົນໄກການແກ້ໄຂ ຂໍ້ຂັດແຍ່ງທີ່ມີປະສິດທິພາບ.
ປະເດັນ/ຊ່ອງຫວ່າງທີ່ຈະຕ້ອງໄດ້ເອົາໃຈໃສ່: ໂດຍອີງໃສ່ການວິເຄາະທີ່ໄດ້ປະຕິບັດໃນຊ່ວງໄລຍະການພັດທະນາໂຄງການນັ້ນມີປະເດັນທີ່ໄດ້ຖືກກໍານົດຂຶ້ນ.ທັງ 6ປະເດັນດັ່ງກ່າວນີ້ ໄດ້ກວມເອົາວຽກໃນຫຼາຍລະດັບ(ລະດັບຊາດ, ລະດັບເມືອງ-ແຂວງແລະລະດັບບ້ານ)ແລະມັນຈະຕ້ອງກາຍເປັນປະເດັນ ຫລັກທີ່ ໂຄງການຈະຕ້ອງໄດ້ດໍາເນີນການຈັດການໃນຊຸມປີຂ້າງຫນ້າ.
· ປະເດັນທີ1: ການເພີ່ມຂຶ້ນຂອງຂໍ້ຂັດແຍ່ງນໍາໃຊ້ທີ່ດິນທີ່ເປັນຜົນມາຈາກແຮງກົດດັນທາງດ້ານປະຊາກອນ,ນະໂຍບາຍຂອງລັດຖະ ບານກ່ຽວ ກັບການຍ້າຍບ້ານແລະການເພີ່ມການລົງທຶນ ເພື່ອການພັດທະນາການກະສິກໍາຊຶ່ງມັນໄດ້ສົ່ງຜົນກະທົບທາງດ້ານລົບຕໍ່ ກັບຄວາມໝັ້ນຄົງ ຂອງສະບຽງອາຫານແລະຄວາມທຸກຍາກ,ການສົ່ງຜົນຂອງການເຊື່ອມສະພາບທາງດ້ານທີ່ດິນແລະ ສິ່ງແວດລ້ອມ ກໍ່ບໍ່ສະເໝີພາບ.
· ປະເດັນທີ2: ພະນັກງານລັດຂັ້ນທ້ອງຖິ່ນແລະຜູ້ນໍາບ້ານຍັງຂາດຄວາມອາດສາມາດ,ຊັບພະຍາກອນ,ເຄື່ອງມືແລະວິທີການເພື່ອຈະ ສະໜູບສະ ໜູນແລະຈັດຕັ້ງປະຕິບັດກິດຈະກໍາທີ່ ກ່ຽວກັບການຄຸ້ມຄອງທີ່ດິນໃນລະ ດັບທ້ອງຖິ່ນໄດ້ຢ່າງເຫມາະສົມ.
· ປະເດັນທີ3 : ຊາວນາແລະພະນັກງານລັດຂັ້ນທ້ອງຖິ່ນຍັງຂາດຈິດສໍານຶກແລະຂາດການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບ ສິດແລະໜ້າທີ່ຕາມກົດໝາຍກ່ຽວກັບທີ່ດິນແລະມັກຈະບໍ່ເຂົ້າໃຈສິດແລະຫນ້າທີ່ຂອງພວກເຂົາເອງ.
· ປະເດັນທີ 4: ຂະບວນການປັບປຸງລະບົບການປົກຄອງການຄຸ້ມຄອງທີ່ດິນແລະຊັບພະຍາກອນທໍາມະຊາດໃນລະດັບທ້ອງ ຖິ່ນທີ່ເຮັດໃຫ້ເກີດການມີສ່ວນຮ່ວມຫລາຍຂຶ້ນນັ້ນ ບໍ່ໄດ້ຖືກທົດລອງຈັດຕັ້ງປະຕິບັດແລະບັນທຶກຢ່າງເຫມາະສົມ.
· ປະເດັນທີ 5: ການປະສານງານແລະການປະສານສົມທົບລະຫວ່າງຜູ້ໃຫ້ທຶນ,ອົງການລັດແລະອົງການຈັດຕັ້ງສາກົນທີ່ຜ່ານ ມາຍັງບໍ່ ພຽງພໍຊຶ່ງມັນເຮັດໃຫ້ເກີດການເຮັດວຽກຊໍ້າຊ້ອນແລະ ການນໍາໃຊ້ຊັບພະຍາກອນມະນຸດແລະງົບປະມານບໍ່ມີປະສິດທິພາບ.
· ປະເດັນທີ6: ກົນໄກການສະທ້ອນຄືນແລະຊ່ອງທາງການສື່ສານສອງທາງລະຫວ່າງການຈັດຕັ້ງປະຕິບັດໃນລະດັບທ້ອງຖິ່ນ,ລະດັບ ນະໂຍບາຍແລະລະດັບວາງແຜນມີຫນ້ອຍໂຄງການໄຣສ໌ລິງຈະຕື່ມຊ່ອງຫວ່າງໄດ້ແນວໃດ?ສົມມຸດຕິຖານການພັດທະນາທີ່ສໍາຄັນແມ່ນ ເພື່ອທີ່ຈະປັບປຸງລະບົບການຄຸ້ມຄອງທີ່ດິນແລະຊັບພະຍາກອນທໍາມະຊາດນັ້ນກົນໄກຕ່າງໆ ຈໍາເປັນຈະຕ້ອງໃຫ້ມີສໍາລັບບຸກຄົນ ,ຊຸມຊົນ ແລະອົງການພາກປະຊາສັງຄົມນີ້ກໍ່ເພື່ອທີ່ຈະປະກອບສ່ວນຢ່າງມີປະສິດທິພາບເຂົ້າໃນການປັບປຸງນະໂຍບາຍແລະການປຶກສາຫາລືກ່ຽວ ກັບທີ່ດິນແລະ ຊັບພະຍາກອນທໍາມະຊາດ.ລວມທັງການ ຕອບສະໜອງຂໍ້ມູນຂ່າວສານແລະຄວາມ ຮູ້ໃຫ້ກັບຄູ່ຮ່ວມງານຫລັກຕ່າງໆ ໃນຫົວຂໍ້ສິດແລະຫນ້າທີ່ກ່ຽວກັບທີ່ດິນ,ຕອບສະໜອງ ລະບົບການສະໜັບສະໜູນ ທາງດ້ານຄວາມຍຸດຕິທໍາແລະຊ່ອງທາງສະທ້ອນ ກັບເພື່ອຊອກຫາວິທີການແກ້ໄຂບັນຫາແລະການພັດທະນາກົນໄກການປະສານງານຮ່ວມກັນໃນກຸ່ມຂອງຜູ້ປະຕິບັດງານຕ່າງໆໃນ ທຸກລະດັບ.
| | | | | |
|