ກ່ຽວກັບພວກເຮົາ

​​ສະພາບ
“ຊັບພະຍາກອນ​ທີ່​ດິນ”​ແມ່ນ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ມີ​ຄຸນຄ່າ​ສູງ ​ຕໍ່​ການ​ດຳລົງ​ຊີວິດຂອງ ມວນ​ມະນຸດ ​ແລະ ມີ​ຄວາມ​ສຳຄັນ ທາງ​ດ້ານ​ເສດຖະກິດ, ສັງຄົມ ​ແລະ ວັດທະນະ​ທໍາ​. ທີ່​ດິນ ​ແລະ ຊັບ​ພະຍາ​ກ​ອນທຳຊາດ ​ເປັນ​ປັດ​ໃຈຄວາມ​ໝັ້ນ​ຄົງ ​ທາງ​ດ້ານສະບຽງ​ອາຫານ ຂອງປະຊາຊົນ​ບັນດາ​ເຜົ່າ. ລັກ​ສະນະ​ຈຸດ​ພິ​ເສດ ພູມ​ສັນຖານ​ຂອງ​ປະ​ເທດ​ເຮົາ ​​​ເປັນ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​​ແດນ​ຕິດ​ກັບ​ທະ​ເລ, ພື້ນ​ທີ່​ສ່ວນ​ໃຫ່ຍ​​ເປັນ​ພູ​ເຂົາ​ສູງ​ຊັນ​ກວມ​ເນື້ອ​ທີ່ ປະມານ 80%. ທີ່ດິນ ກະສິກຳ ​​​​ແມ່ນ​ມີ​ຄວາມ​ສຳຄັນຫຼາຍຕໍ່​ການ​ດຳລົງ​ຊີວິດຂອງ
ປະຊາຊົນບັນດາ​ເຜົ່າຊື່​ງ​ເຂົາ​ເຈົ້າໄດ້ນຳໃຊ້ທີ່​ດິນ​ດັ່ງກ່າວ ເພື່ອ​ທຳ​ການ​​ປູກພືດ​ ​ແລະ ​ລ້ຽງສັດສຳລັບ​ການ​ລ້ຽງ​ຊີບ ​ແລະ ​​ແລກປ່ຽນ-
ຂາຍ​ຜົນ​ຜະລິດ​ເພື່ອ​ສ້າງ​ລາຍ​ຮັບ.ປະຊາຊົນລາວບັນດາເຜົ່າປະມານ 80% ຍັງ​ຖື​ເອົາ​ການ​ຜະລິດ​ກະສິກຳ (​ປູກຝັງ-ລ້ຽງສັດ) ​ເປັນ
​ອາຊີບ​ຕົ້ນຕໍ,ຊາວ​ກະສິກອນສ່ວນຫຼາຍ​ຍັງ​ເຮັດ​​ຜະລິດກະສິກຳ​ ແບບ​ປະຖົມ​ປະ​ຖານ ​ແລະ ​ເຮັດພໍ​ໃຜ​ພໍ​ມັນ.

ການ​ເຂົ້າ​ມາ​ມີ​ສ່ວນຮ່ວມ ໃນ​ການວາງແຜນ ຄຸ້ມຄອງການ​ນຳ​ໃຊ້ ຂອງ​ປະຊາຊົນ​ບັນດາ​ເຜົ່າໃນເຂດຊົນນະບົດ ​ແລະ ພາກສ່ວນ​ຕ່າງໆ ທີ່​ເປັນ​ເຄືອ​ຄ່າ​ຍ ດ້ານ​ການ​ຄຸ້ມ​ຄອງການ​ນຳ​ໃຊ້ທີ່​ດິນ​ກະສິກຳ ຍັງ​ຈຳກັດ, ສາຍ​ເຫດ​ ຍ້ອນ​ຍັງຂາດກົນ​ໄກ​ຕ່າງໆ ທີ່​ພົວພັນ​ເຖີງ ວິທີ​ການ​ຮັບ-ສົ່ງ ​ແລະ ​ເຜີຍ​ແຜ່​ຂໍ້​ມູນຂ່າວສານ ຍັງ​ມີ​ຄວາມ​ຈຳກັດ​ຫຼາຍ ​ແລະ ບໍ່​ທົ່ວ​ເຖີງ. ຕໍ່ກັບສະພາບດັ່ງກ່າວ, ຈຶ່ງ​ເຫັນ​ວ່າມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​​ສ້າງ​ກົນ​ໄກການເຊື່ອມ​ໂຍງໃນທຸກລະດັບ ​ເພື່ອສົ່ງເສີມການ​ມີ​ສ່ວນ​ຮ່ວມ​ຈາກ​ພາກສ່ວນ​ກ່ຽວຂ້ອງໃນ​ການຄຸ້ມຄອງການ​ນຳ​ໃຊ້ທີ່ດິນກະສິກຳ​ໃຫ້​ມີ​ຄວາມ​ສະຫງົບ ​ແລະ ຍຸດຕິ​ທຳ.

      ອີກປະການຫນຶ່ງ, ວຽກ​ງານ​ຄຸ້ມ​ຄອງ ​ແລະ ພັດທະນາ​ທີ່​ດິນກະສິກຳ  ກໍ​ຄື​ກົມ​ຄຸ້ມ​ຄອງ ​ແລະ ພັດທະນາ​ທີ່​ດິນ​ກະສິກຳ ສ້າງ​ຕັ້ງ​ຂື້ນ ​ໃນທ້າຍ​ປີ 2012 ​ແລະ ວຽກ​ງານ​​ເຄື່ອຄ່າ​ຍ ຂໍ້ມູນ​ຂ່າວສານ​ການ​ຄຸ້ມ​ຄອງ​ການ​ນຳ​ໃຊ້ທີ່​ດິນກະສິກຳ ​ເປັນ​ວຽກ​ງານ​ນື່ງ ທີ່​ກົມ ຄພດກ ​ເປັນ​ໃຈ​ກາງ​ໃນ​ການ​ປະສານ ​ແລະ ຮ່ວມ​ມື​ກັບ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ເພື່ອ​ສືບ​ຕໍ່​ປັບປຸງ ​ແລະ ສ້າງ​ລະບຽບການ​ຄຸ້ມ​ຄອງ​, ​ກຳນົດນະ​ໂຍບາຍ ​ແລະ ກົນ​ໄກຕ່າງໆ ທີ່​ກ່ຽວ​ພັນ​ກັບ​ການ​ຄຸ້ມ​ຄອງການ​ນຳ​ໃຊ້​ທີ່​ດິນ​ກະສິກຳ ​ໂດຍ​ກົມ ​ຄພດກ ຈະ​ໄດ້​ສຸມ​ໃສ່  ສຳຫຼວດ, ຈັດສັນແລະວາງແຜນນຳໃຊ້ທີ່ດິນກະສິກຳ ໃຫ້ຖືກຕ້ອງ,ຄຸ້ມຄອງການນຳໃຊ້ ໃຫ້ໄດ້ດີ; ມີເຕັກນິກ ວິທີການທີ່ເໝາະສົມ ໃນການອະນຸລັກ ແລະພັດ ທະນາທີ່ດິນ ເພື່ອການຜະລິດກະສິກຳ ຕາມທິດທີ່ຍືນຍົງ”.ໂຄງການນີ້ຈະເລັງໃສ່ການປັບປຸງ ​ແລະ ສ້າງ​ກົນ​ໄກ​ທີ່​ເອື້ອ​ອຳນວຍ​ໃຫ້​ແກ່​ວຽກ​ງານ​ຄຸ້ມ​ຄອງ​ການ​ນຳ​ໃຊ້ ທີ່​ດິນ​ກະສິກຳ ​ໃຫ້​ມີ​ຄວາມ​ສະຫງົບ, ຍຸດຕິ​ທຳ ​ແລະ ມີ​ຄວາມ​ຍືນ​ຍົງ. ​ໂຄງການ​ດັ່ງກ່າວ​ຍັງ​ເປັນ​ການ​ປະກອບສ່ວນ ​​ເພື່ອ​ບັນລຸ​ເປົ້າ​ໝາຍ ສະຫັດ​ສະ​ວັດ, ການຄໍ້າ​ປະກັນ​ທາງ​ດ້ານ​ສະບຽງ​ອາຫານ, ປັບປຸງ​ຊິວິດ​ການ​ເປັນ​ຂອງ​ປະ​ຊົນ​ບັນ​ເຜົ່າຢູ່​ຊົນນະບົດ​ໃຫ້​ດີ​ຂື້ນ ​​​ເທີ່​ອລະ​ກ້າວ. ​ຍ້ອນ​​ບັນຫາ ​ແລະ ສາຍ​ເຫດ​ຕ່າງໆ​ຂ້າງ​ເທີ​ງມັນ​ຮຽກຮ້ອງ​ໃຫ້ ຂະ​ແໜງ​ການ​ຄຸ້ມຄອງ ​ແລະ ພັດທະນາ​ທີ່​ດິນ​ກະສິກຳ ຊື່​ງ​ເປັນ​ຂະ​ແໜງ​ການ​ຫຼັກ ​ ​ແລະ ຮັບຜິດ ຊອບ​ໂດຍ​ກົງ ​ໃນ​ການ​ປະສານ​ງານ ​ແລະ ຮ່ວມ​ມືກັບ​ພາກສ່ວນ​ຕ່າງໆ ​ເພື່ອ​ກໍານົດ​ວິທີ​ການ, ນະ​ໂຍບາຍ ​ແລະ ກົນ​ໄກ ​ໃນ​ການ​​ຄຸ້ມ​ຄອງການ​ນຳ​ໃຊ້ ​ທີ່​ດິນກະສິກຳ​ໃຫ້​​ເໝາະ​ສົມ ​ຕາມສະພາບຈຸດ​ພິ​ເສດ, ​ເງື່ອນ​ໄຂ ​ແລະ ທ່າ​ແຮງ​ບົ່ມ​ຊ້ອນ ​ຂອງ​ແຕ່ລະ​ເຂດ ໃຫ້​ມີ​ປະສິດທິຜົນ​ສູງ ​ແລະ ມີຄວາມ​ຍືນ​ຍົງ ຕໍ່​ກັບການ​ປົກ​ປັກ​ຮັກສາ ຊັບພະຍາກອນ​ທີ່​ດິນ, ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສີ່​ງ​ແວດ​ລ້ອມ.

ປະສົບການ ແລະ ໂອກາດ
Rights-LINK I, ຊຶ່ງແມ່ນໄລຍະທີ 1 ຂອງໂຄງການທີ່ໄດ້ຮັບທຶນຈາກ ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງ
ປະເທດສະວິດ(SDC), ໄດ້​​​​​​​ສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າຂອງສິດ, ປັບປຸງ ກົນໄກຄວາມຮັບຜິດຊອບໃຫ້ເຂັ້ມແຂງ,ສະໜັບສະ​​ໜູນອຳນາດການປົກຄອງເພື່ອຮັບປະກັນການປົກ ຄອງທີມີຄຸນນະພາບ, ເຊື່ອມຕໍ່ບັນດາຜູ້ທີ່ມີບົດບາດກ່ຽວຂ້ອງໃນຂັ້ນທ້ອງຖິ່ນ ກັບບັນດາການນຳ ແລະ ຜູ້ວາງນະໂຍບາຍຢູ່ຂັ້ນສູນກາງ,ສະໜັບສະໜຸນໃຫ້ຜູ້ວາງນະໂຍບາຍສາມາດເຂົ້າເຖິງຂໍ້ມູນຂ່າວສານ
ກ່ຽວກັບຜົນກະທົບຂອງການຕົກລົງກ່ຽວກັບບັນຫາທີ່ດິນໃຫ້ການສະໜັບສະໜູນແກ່ການພັດທະນາກົນໄກຂອງທ້ອງຖິ່ນເພື່ອ
ແກ້ໄຂຂໍ້ຂັດແຍ່ງຢ່າງວ່ອງໄວທັນການ.

Rights-LINK II ຈະສືບຕໍ່ເສີມຂະຫຍາຍຜົນສຳເລັດຂອງໄລຍະທີໜຶ່ງ: ສ້າງທີ​ມງານ ແລະ ຄູ່ຮ່ວມງານ, ຂະຫຍາຍວຽກງານໃຫ້
ກ້ວາງອອກ  ແລະ ເຂົ້າເຖິງຊຸມຊົນ ເພື່ອສະໜັບສະໜູນການເຂົ້າເຖິງຂໍ້ມູນຂ່າວ ສານການຄຸ້ມຄອງການຳໃຊ້ທີ່ດິນກະສິກຳ ແລະ ສົ່ງເສີມການມີສ່ວນຮ່ວມສຳລັບການຄຸ້ມຄອງການນຳໃຊ້ ທີ່ດິນທີ່ຍືນຍົງ.

ຈຸດປະສົງລວມ
ເພື່ອ​ປັບ​ປຸງ​ຄວາມຮູ້, ຄວາມ​ສາມາດ ​ແລະ ການ​ມີ​ສ່ວນ​ຮ່ວມໃນ​ການຄຸ້ມ​ຄອງການ​ນຳ​ໃຊ້ທີ່​ດິນກະສິກຳ ຂອງ​ຂະ​ແໜງ​ການ​ກະສິກຳ ​ແລະປ່າ​ໄມ້ ​ແລະ​ເຄືອຂ່າຍ ທີ່​ກ່ຽວຂ້ອງ (ລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ, ຜູ້​ປະກອບ​ການພາຍ​ໃນ ​, ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ, ​ແມ່ຍິງ ​ແລະປະຊາຊົນ​ລາວ​ບັນດາ​ເຜົ່າ) ​​ເພື່ອ​ໃຫ້ທຸກ​ພາກສ່ວນ​ໄດ້​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ ​ແລະ ມີບົດບາດ ​ໃນ​ການ​ຄຸ້ມ​ຄອງການນຳ​ໃຊ້ ທີ່​ດິນ​ກະສິກຳ​ໄດ້​ຢ່າງ​ເຕັມ​ສ່ວນ, ​ເຮັດ​ໃຫ້ການ​ນໍາ​ໃຊ້​ທີ່​ດິນ​ ມີ​ຄວາມ​ສະ​ງົບ, ຍຸດຕິ​ທຳ ​ແລະ ​​ມີ​ຄວາມຍືນ​ຍົງ.

​​​​​​ຈຸດປະສົງ ແລະ ອົງປະກອບ​​​​​​​​​​​​​​​​​​
ໂຄງການນີ້ມີສາມອົງປະກອບທີ່ມີຂອບເຂດໜ້າວຽກແຕກຕ່າງກັນ ແຕ່ມີການກ່ຽວພັນກັນ:

 ອົງປະກອນທີ1:
ຄວາມໝັ້ນຄົງທາງດ້ານສິດ
ທີ່ດິນກະສິກຳ
ເພື່ອພັດທະນາກົນໄກທີ່ມີປະສິດທິພາບເພື່ອສົ່ງເສີມ ແລະ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ ການຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ ແລະ ປົກປັກຮັກສາສີ່ງແວດລ້ອມ ເພື່ອຮັບປະກັນການ ມີສ່ວນຮ່ວມ ແລະ ປົກປ້ອງສິດໃນການຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ ຂອງປະຊາຊົນໃຫ້ມີ ຄວາມສະຫງົບ, ມີຄວາມຍຸດຕິທຳ ແລະ ຍີນຍົງ
 ອົງປະກອບທີ2:
ສ້າງຄວາມອາດສາມາດ
ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບພາກສ່ວນທີ່ກ່ຽວຂ້ອງ(ພາກລັດ, ພາກປະຊາສັງຄົມ, ພາກການສຶກສາ)ເພື່ອໃຫ້ມີຄວາມອາດສາມາດ ໃນການປະຕິບັດພາລະບົດບາດການຄຸ້ມຄອງ ແລະ ພັດທະນາທີ່ດິນ ກະສິກຳເພື່ອສົ່ງເສີມໃຫ້ປະຊາຊົນມີສິດນຳໃຊ້ທີ່ດິນ.
 ອົງປະກອບທີ3:
ການສະໜອງຂໍ້ມູນຂ່າວສານ
ເພື່ອເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບວຽກການຄຸ້ມຄອງ ​ແລະ ພັດທະນາ​ທີ່​ດິນກະສິກຳ ເພື່ອສົ່ງເສີມໃຫ້​ການ​ສະໜອງ​ຂໍ້​ມູນ​ຂ່າວສານມີ​ພຽງພໍ ​ແລະ ມີ​ຄວາມ​ຫຼາກ​ຫຼາຍໃນທຸກລະດັບ.

ກຸ່ມເປົ້າໝາຍ

ເປົ້າໝາຍຂອງ Rights-LINK II ແມ່ນເພື່ອໃຫ້ມີຜົນກະທົບໂດຍກົງຕໍ່ຊາວກະສິກອນ ແລະ ສະມາຊິກຂອງຊຸມຊົນໃນທ້ອງຖິ່ນ
(ໂດຍສະເພາະແມ່ຍິງແລະ ຊົນເຜົ່າ)ໃນທົ່ວປະເທດລາວ. ຜູ້ທີ່ເປັນເຈົ້າຂອງສິດ ໃນການນຳໃຊ້ທີ່ດິນກະສິກຳ ແລະ ສິດໃນການ ເຂົ້າເຖິງຊັບພະຍາກອນເພື່ອການຜະລິດ. ລວມທັງພາກ ສ່ວນຕ່າງໆທີ່ເຮັດວຽກໃນການຄຸ້ມຄອງ ແລະ ສົ່ງເສີມສິດ ການນຳໃຊ້
ທີ່ດິນກະສິກຳ, ຊຶ່ງໄດ້ແກ່ຂອງ ອົງການຈັດຕັ້ງຂອງລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ, ພາກສ່ວນອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນເອກະຊົນ ໃນຂັ້ນສູນກາງ, 3 ແຂວງເປົ້າໝາຍ (ເຊກອງ, ບໍລິຄຳໄຊ, ຫຼວງນ້ຳທາ) ແລະ ຂອບເຂດທົ່ວປະເທດ.

ຊັບພະຍາກອນ ແລະ ໄລຍະເວລາຂອງໂຄງການ

ງົບປະມານທັງໝົດຂອງໂຄງການແມ່ນ 2,800,000 ໂດລາສະຫະລັດ ແລະ ເຈັດສິບເກົ້າເປີເຊັນຂອງງົບ ປະມານນີ້ມາຈາກ SDC. ການໃຊ້ຈ່າຍຈະແບ່ງໃຫ້ສະເໝີກັນຢູ່ໃນແຕ່ລະຜົນໄດ້ຮັບ ແລະ ສິບເປີເຊັນທີ່ຍັງ ເຫຼືອແມ່ນໃຊ້ສຳລັບການບໍລິຫານໂຄງການ.

ໂຄງການໄດ້ເລີ່ມປະຕິບັດຕັ້ງແຕ່ກາງປີ 2012 ຫາກາງປີ 2016. ຂະນະດຽວກັນກໍ່ຍັງຈະຕ້ອງການທຶນສະໜັບສະໜູນຈາກຄູ່ຮ່ວມງານ
ຫຼາຍພາກສ່ວນ ເພື່ອຮັບປະກັນຄວາມຍືນຍົງຂອງໂຄງການ ແລະ ອີກປະການໜຶ່ງທຶນຍັງມີຄວາມຕ້ອງການການສະໜັບສະໜຸນທຶນ
ຈາກພາຍນອກ ທີ່ຈະມາສົມສົມທົບທຶນຈາກ SDC.

ຄາດຄະເນຜົນໄດ້ຮັບ

ເພື່ອສຳເລັດເປົ້າໝາຍລວມຂອງໂຄງການ, ໂດຍຈະສານຕໍ່ຄວາມສຳເລັດຂອງໂຄງການໄລຍະ ທີ1 ແລະ ຈະຮ່ວມງານກັບອົງການ
ຈັດຕັ້ງລັດ ແລະ ພາກປະຊາສັງຄົມ, ໂຄງການໄລຍະ 2 ເຮັດວຽກໃນລະດັບ ຈຸລະພາກ (ບ້ານ), ລະດັບກາງ(ເມືອງ ແລະ ແຂວງ),
ແລະ ລະດັບມະຫາພາກ (ປະເທດ) ເພື່ອປັບປຸງ ຄວາມເຂົ້າໃຈຮ່ວມກັນ, ພັດທະນາກົນໄກສົ່ງເສີມການສົນທະນາທີ່ມີປະສິດທິຜົນ
ແລະ ຂະບວນການ ຕັດສິນໃຈແບບມີສ່ວນຮ່ວມຫຼາຍຂື້ນ ແລະ ໃຫ້ການສະຫນັບສະໜູນຂໍ້ມູນແກ່ຂະບວນການພັດທະນາ
ນະໂຍບາຍໃນທຸກລະດັບ.ຜົນໄດ້ຮັບຂອງໂຄງການຈະສ້າງໂອກາດອັນດີໃຫ້ຊຸມຊົນໄດ້ເຂົ້າຮ່ວມ ໃນຂະບວນການຕັດສິນໃຈທີ່ສຳຄັນ
ແລະ ການພັດທະນານະໂຍບາຍ ທີ່ກ່ຽວຂ້ອງກັບທີ່ດິນກະສິກຳ ໄດ້ດີກວ່າເກົ່າ,ເພີ່ມຄວາມເຂົ້າໃຈຂອງທຸກຝ່າຍຫຼາຍຂື້ນກ່ຽວກັບ
ການເຄົາລົບສິດຂອງຊຸມຊົນກ່ຽວກັບທີ່ດິນ ກະສິກຳ ແລະ ສຸດທ້າຍ ຈະເຮັດໃຫ້ການນຳໃຊ້ທີ່ດິນຂອງເຂົາເຈົ້າມີຄວາມຍືນຍົງ ແລະ
ເທົ່າທຽມກັນ ໃນທົ່ວປະເທດ.

ຫຼັກການ ແລະ ວິທີການ

ໂຄງການຈະດຳເນີນໂດຍອີງໃສ່ຮູບແບບວິທີການຕ່າງໆ ທີ່ອິງສິດທິພື້ນຖານ, ສ້າງຈິດສຳນຶກ ແລະ ຄວາມເຂົ້າໃຈທີ່ຈະເຮັດ
ໃຫ້ພາກສ່ວນຕ່າງໆນຳໃຊ້ຄວາມເຂົ້າໃຈນີ້ເຂົ້າໃນການຕັດສິນໃຈທີ່ດີກວ່າເກົ່າກ່ຽວກັບການນຳໃຊ້ທີ່ດິນກະສິກຳ. ໂຄງການເຄືອຂ່າຍຂໍ້ມູນຂ່າວສານການຄຸ້ມຄອງການນຳໃຊ້ທີ່ດິນກະສິກຳຈະອີງໃສ່ຫຼັກການດັ່ງລຸ່ມນີ້:

1) ການເປັນເຈົ້າຂອງໂດຍຄົນລາວ:

1)  ການຈັດການ ແລະ ດຳເນີນໂຄງການແມ່ນພະນັກງານຄົນລາວ ແລະ ຄູ່ຮ່ວມງານເຊິ່ງລວມມີ ອົງການຈັດຕັ້ງຂອງລາວ,
ພາກປະຊາສັງຄົມ, ພາກສ່ວນເອກະຊົນຈົນຮອດ ລັດຖະບານ.ນອກຈາກນີ້,ໂຄງການຈະສ້າງການເຊື່ອມໂຍງປະສົບການ
ເລື່ອງການນຳໃຊ້ທີ່ດິນກະສິກຳກັບອົງການທີ່ກ່ຽວຂ້ອງຢູ່ພາກພື້ນ ແລະ ສາກົນໃຫ້ດີກວ່າເກົ່າ.

2) ການຮັບຮູ້ບົດບາດຍິງຊາຍ, ຊົນເຜົ່າ ແລະວັດທະນາທຳທ້ອງຖິ່ນເປັນສ່ວນສຳຄັນໃນການນຳໃຊ້ທີ່ດິນ.
ໂຄງການຈະຮັບປະກັນການເລັງເປົ້າໝາຍໃສ່ທັງຍິງ ແລະ ຊາຍ ແລະ ເນັ້ນໃສ່ການເຮັດວຽກກັບກຸ່ມຜູ້ຍິງເພາະເຂົາເຈົ້າ
ເປັນຜູ້ສຳຄັນໃນການນຳໃຊ້ທີ່ດິນ.

3) ຄວາມເປັນກາງ ແລະ ເຊື່ອໝັ້ນ:
ໂຄງການຈະສືບຕໍ່ເຮັດວຽກກັບຜູ້ປະຕິບັດທັງໝົດທີ່ສົນໃຈສະໜັບສະໜູນຄວາມຍືນຍົງ ແລະ ສິດທິເທົ່າທຽມກັນພ້ອມກັບ
ສືບຕໍ່ພົວພັນກັບຜູ້ປະຕິບັດທັງໝົດ. Rights-LINK ໄດ້ສ້າງເຄືອຂ່າຍທີ່ມີຄວາມເຂັ້ມແຂງ ແລະ ເຫັນວ່າ ເປັນຜູ້ປະຕິບັດທີ່
ມີຄວາມໂປ່ງໃສໃນຈຳນວນຄູ່ຮ່ວມ ງານ.

4) ເປີດກວ້າງການເຂົ້າເຖິງຂໍ້ມູນ:
ໂຄງການຈະສຸມໃສ່ການກະຈາຍຂໍ້ມູນໃຫ້ກວ້າງຂວາງ. ໄລຍະນີ້ Rights-LINK ຈະສຸມໃສ່ການສ້າງເຄື່ອງມືເອງ ພ້ອມທັງບັນ
ທຶກແລະ ຂະຫຍາຍປະສົບການຈາກໂຄງການອື່ນ.

5) ຫລາຍພາກສ່ວນ:
ຫລາຍພາກສ່ວນແມ່ນຫຼັກການສຳຄັນເພື່ອຄວາມຫຼາກຫຼາຍຂອງພື້ນທີ່, ວັດທະນາທຳ, ຜູ້ປະຕິບັດ ແລະ ສະຖະນະການຢູ່
ໃນ ສປປ ລາວ.ຈາກວິທີການ, ເຄື່ອງມື ແລະ ກົນໄກການສື່ສານຈະນຳໃຊ້ພື້ນຖານຄວາມຕ້ອງການ ແລະ ຄວາມພໍໃຈໃນ
ເລື່ອງຂອງຄູ່ຮ່ວມງານໂຄງການຈະເຮັດວຽກກັບຫຼາຍຂະແໜງການ ແລະ ພາກສ່ວນຕ່າງໆ ໃນສັງຄົມ.

6) ການມີສ່ວນຮ່ວມ:
ໂຄງການຈະຊຸກຍູ້ໃຫ້ຂະແໜງການ ແລະ ຜູ້ປະຕິບັດທັງໝົດ ເຂົ້າຮ່ວມໃນໂຄງການເຊັ່ນດຽວກັນກັບການອອກແບບໃນ
ລະດັບທ້ອງຖິ່ນເພື່ອໃຫ້ມີຄວາມຍືນຍົງ, ທ້ອງຖິ່ນເປັນເຈົ້າຂອງ ແລະ ເຮັດໃຫ້ປະຊາຊົນທ້ອງຖິ່ນມີຄວາມເຂັ້ມແຂງ.


Stakeholders
dalam106 sdcu vfiu