ໂຄງການເຄືອຂ່າຍຂໍ້ມູນຂ່າວສານການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳໄລຍະທີ່ II (Rights-LINK II) ພາຍໃຕ້ອົງການບ້ານຈຸດສຸມສາກົນ (VFI)
ຮ່ວມກັບອົງການຄຸ້ມຄອງທີ່ດິນຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກົມຄຸ້ມຄອງ ແລະພັດທະນາທີ່ດິນກະສິກຳຂອງກະຊວງກະສິກຳ-ປ່າໄມ້, ຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກຮ່ວມມືກັນຜະລິດຮູບເງົາສັ້ນ 6 ເລື່ອງທີ່ກ່ຽວກັບທີ່ດິນ, ກະສິກຳ ແລະ ການພັດທະນາບ້ານໃນຊົນນະບົດ ແລະ ເປີດສາຍໃຫ້ຊົມຢ່າງເປັນທາງການເມື່ອວັນທີ 30 ສິງຫາຜ່ານມາທີ່ພັດຕາຄານເຟືອງຟ້າ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເຂົ້າຮ່ວມຊົມຮອບປະຖົມມະເລີກ ຂອງທ່ານ Julian Derbidge ທີ່ປຶກສາການຄຸ້ມຄອງທີ່ດິນຈາກອົງການຮ່ວມພັດທະນາແຫ່ງປະເທດເຢຍລະມັນ, ທ່ານ Richard Reece ຫົວໜ້າອົງການບ້ານຈຸດສຸມສາກົນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
ທ່ານ Julian Derbidge ໄດ້ໃຫ້ຮູ້ວ່າ:ຮູບເງົາສັ້ນ 6 ເລື່ອງນີ້ແມ່ນເປັນການສຶບຕໍ່ຈາກຊຸດຮູບເງົາສັ້ນຄັ້ງທີ I ທີ່ກ່ຽວກັບສິດໃນການນຳໃຊ້ທີ່ດິນ ແລະ ຮູບເງົາສັ້ນໃນປະຈຸບັນແມ່ນໄດ້ຖຶກພັດທະນາພາຍໃຕ້ການໃຫ້ທິດຊີ້ນຳຈາກສອງກະຊວງໃຫຍ່ ແລະ ອົງການຈັດຕັ້ງທຽບເທົ່າກະຊວງຄື: ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ປ່າໄມ້, ຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ, ຮູບເງົາສັ້ນດັ່ງກ່າວແມ່ນໄດ້ຖຶກອະນຸມັດຈາກກະຊວງຖະແຫຼງຂ່າວ ແລະ ວັດທະນະທຳເພື່ອນຳໃຊ້ເປັນຕົວແທນສື່ທາງການໃນການໃຫ້ຂໍ້ມູນແກ່ຫຼາຍໆໂຄງການໃນຂັ້ນທ້ອງຖິ່ນທີ່ເຮັດວຽກກ່ຽວກັບປະເດັນການພັດທະນາ, ຢ່າງໃດກໍຕາມຮູບເງົາສັ້ນ 6 ເລື່ອງນີ້ຈະຖືກເຜີຍແຜ່ຜ່ານຫລາຍຊ່ອງທາງຄື: ແຈກຢາຍໃຫ້ອຳນາດການປົກຄອງທ້ອງຖິ່ນຕ່າງໆ ແລະ ໂຄງການພັດທະນາຊົນນະບົດ, ແລະ ຍັງຜ່ານຊ່ອງທາງສື່ອອນລາຍເຊັ່ນ: Youtube, Face book ແລະ ຜ່ານການອອກອາກາດທາງໂທລະພາບອີກດ້ວຍ.
ຊຶ່ງຄາດວ່າຜົນໄດ້ຮັບຫຼັກໆຂອງຊຸດຮູບເງົາດັ່ງກ່າວແມ່ນແນ່ໃສ່ກຸ່ມເປົ້າໝາຍທີ່ເປັນຊາວບ້ານຈະໄດ້ຮັບຄວາມຮູ້ເຖິງປະເດັນທີ່ສຳຄັນກ່ຽວກັບທີ່ດິນ, ກະສິກຳ ແລະ ສ້າງແຜນພັດທະນາຂັ້ນບ້ານ, ເພື່ອໃຫ້ຊາວບ້ານໃນເຂດທີ່ຫ່າງໄກສອກຫຼີກ (ບ້ານຊົນນະບົດ),ໄດ້ຮັບຊາບເຖິງຂະບວນການ ແລະ ປະໂຫຍດທີ່ຈະໄດ້ຮັບຈາກແຜນພັດທະນາບ້ານ, ນອກຈາກ ນັ້ນແລ້ວຊຸດຮູບເງົາສັ້ນຍັງໄດ້ອະທິບາຍກົນໄກການແກ່ບັນຫາໂດຍອີງໃສ່ລະບຽບກົດໝາຍຂອງ ສປປ ລາວ ແລະ ການບໍລິການຈາກໜ່ວຍງານລັດຖະບານເພື່ອສົ່ງເສີມຄວາມຍຸດຕິທຳ ແລະ ການພັດທະນາແບບຍືນຍົງ.
ເສດຖະກິດ ສັງຄົມ ວັນສຸກ ທີ 2 ກັນຍາ 2016
No related links found